ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຄື່ອນ​ຍ້າຍ​ອັດຖິ ນາຍ​ທະຫານ​ຂັ້ນ​ສູງ ໄປ​ສະຖິດ​ໄວ້
ສຸສານ​ນັກຮົບ​ປະຕິວັດ​ແຫ່ງ​ຊາດ


   ວັນ​ທີ 10 ມີນາ 2023 ນີ້, ກະຊວງ​ປ້ອງ​ກັນ​ປະເທດ, ກົມ​ໃຫຍ່​ການເມືອງ​ກອງທັບ ແລະ ຄອບຄົວ ໄດ້​ຈັດ​ພິທີ​ເຄື່ອນ​ຍ້າຍ​ອັດຖິ​ຂອງ​ວິລະ​ຊົນ​ແຫ່ງ​ຊາດ, ນັກຮົບ​ແຂ່ງຂັນ, ນາຍ​ທະຫານ​ຂັ້ນ​ສູງ ແລະ ພະນັກງານ​ປະຕິວັດ​ອາວຸໂສ, ໄປ​ສະຖິດ​ໄວ້​ທີ່​ສຸສານ​ນັກຮົບ​ປະຕິວັດ​ແຫ່ງ​ຊາດ (ຫຼັກ 24 ) ນະຄອນຫຼວງ​ວຽງ ​ຈັນ, ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ​ສະຫາຍ ພົນ​ຕີ ຄຳ​ເພັດ ສີ​ຊາ​ນົນ ຫົວໜ້າ​ກົມ​ໃຫຍ່​ພະລາທິການ​ກອງທັບ, ມີ​ຄະນະ​ນຳ 4 ກົມໃຫຍ່, ຫ້ອງ​ວ່າການ​ກະຊວງ, ຄະນະ​ຮັບຜິດຊອບ ແລະ ຄອບຄົວ​ຍາດ​ພີ່ນ້ອງ​ເຂົ້າ​ຮ່ວມ.

    ສະຫາຍ ພັນ​ເອກ ວັນ​ລະ​ວົງ ນັນທະ​ວົງ ຫົວໜ້າ​ກົມ​ນະໂຍບາຍ ກົມ​ໃຫຍ່​ການເມືອງ​ກອງທັບ, ໃນ​ນາມ​ຄະນະ​ຮັບຜິດຊອບ ໄດ້​ກ່າວ​ວ່າ: ເພື່ອ​ເປັນ​ການ ສະແດງ​ຄວາມ​ກະຕັນຍູ​ຮູ້​ບຸນຄຸນ ແລະ ປະຕິບັດ​ນະໂຍບາຍຕໍ່​ບັນດາ​ສະຫາຍ​ວິລະ​ຊົນ​ແຫ່ງ​ຊາດ, ນັກຮົບ​ແຂ່ງຂັນ​ແຫ່ງ​ຊາດ, ນາຍ​ທະຫານ​ຂັ້ນ​ສູງ ແລະ ພະ ນັກງານ​ປະຕິວັດ​ອາວຸໂສທີ່​ໄດ້​ເສຍ​ຊີວິດ​ໄປ​ແລ້ວ, ເຊິ່ງ​ບັນດາ​ສະຫາຍ​ເຫຼົ່ານັ້ນ​ແມ່ນ​ຜູ້​ທີ່​ໄດ້​ປະກອບ ສ່ວນ ແລະ ອຸທິດ​ເລືອດ​ເນື້ອ, ເຫື່ອແຮງ ແລະ ສະຕິ​ປັນ ຍາ​ຂອງ​ຕົນເຂົ້າ​ໃນ​ພາລະກິດ​ການ​ປະຕິວັດ​ຊາດ​ປະຊາທິປະໄຕ, ປົກ​ປັກ​ຮັກສາ ແລະ ພັດທະນາ​ປະເທດ​ຊາດ ດັ່ງນັ້ນ, ກະຊວງ​ປ້ອງ​ກັນ​ປະເທດຈຶ່ງ​ໄດ້​ຈັດ​ພິທີ​ ອັນ​ຊົງ​ກຽດ​ນີ້​ຂຶ້ນ ເພື່ອ​ນຳ​ເອົາ​ອັດຖິ​ຂອງ​ບັນດາ​ ສະຫາຍ ມາ​ສະຖິດ​ໄວ້​ສຸສານ​ນັກຮົບ​ປະຕິວັດ​ແຫ່ງ​ຊາດ​ແຫ່ງ​ນີ້​ຢ່າງ​ສົມ​ກຽດ, ເຊິ່ງ​ຄັ້ງ​ນີ້​ເປັນ ​ຊຸດ​ທີ XIV ມີ​ຈຳ ນວນ​ທັງ​ໝົດ 52 ອັດຖິ, ໃນ​ນັ້ນ, ມີ​ກົມ​ໃຫຍ່​ການເມືອງ​ກອງທັບ​ຈຳນວນ 6 ອັດຖິ, ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ 6 ອັດຖິ, ກົມ​ໃຫຍ່​ພະລາທິການ​ກອງ ທັບ 4 ອັດຖິ, ກົມ​ໃຫຍ່​ເຕັກນິກ​ກອງທັບ 2 ອັດຖິ ແລະ ບັນດາ​ກົມ​ກອງ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ຈຳນວນ 34 ອັດຖິ. ຫຼັງ​ຈາກ​ນັ້ນ, ຄະນະ​ຮັບຜິດຊອບ ໄດ້​ທຳ​ພິທີ​ທາງ​ສາດສະໜາຕາມ​ຮີດຄອງ​ປະເພນີ ກອ່ນ​ຈະ​ນຳ​ເອົາ​ອັດຖິ​ຂອງ​ແຕ່​ລະ​ສະຫາຍ​ເຂົ້າ​ສະຖິດ​ໄວ້​ສຸສານ​ປະຕິວັດ​ແຫ່ງ​ຊາດ ຢ່າງ​ສົມ​ກຽດ.

    ແຫຼ່ງທີ່ມາ:ໜັງສືພິມກອງທັບ
ວັນທີ 13/03/2023